ChatGPT
投放时间: 2025-06-21 08:00:00
ງານວິໄຈຈາກ MIT Media Lab ຊີ້ໃຫ້ເຫັນວ່າ: ການໃຊ້ ChatGPT ຫຼື ຜູ້ຊ່ວຍ AI ໃນການຂຽນຮຽງຄວາມຕ່າງໆ ອາດສົ່ງຜົນຕໍ່ຂະບວນການເຮັດວຽກຂອງສະໝອງ ໂດຍສະເພາະດ້ານຄວາມຈຳ ແລະ ຄວາມໝັ້ນໃຈໃນຄວາມເປັນເຈົ້າຂອງຜົນງານ. ຜູ້ທົດລອງທີ່ໃຊ້ ChatGPT ມີທ່າອ່ຽງຈື່ຈຳເນື້ອຫາຈາກບົດຄວາມຂອງຕົນເອງໄດ້ໜ້ອຍລົງ ເມື່ອທຽບກັບກຸ່ມທີ່ໃຊ້ແຕ່ຄວາມຄິດຂອງຕົນ ຫຼື ໃຊ້ເວບໄຊຄົ້ນຫາຂໍ້ມູນ ເຊັ່ນ: Google ເປັນຕົ້ນ.
ຜົນການກວດຄື້ນສະໝອງດ້ວຍ EEG ຍັງບົ່ງບອກເຖິງກິດຈະກຳການເຊື່ອມຕໍ່ຂອງສະໝອງທີ່ຫຼຸດລົງໃນກຸ່ມທີ່ໃຊ້ ChatGPT ຢ່າງມີຄວາມໝາຍສຳຄັນ.
ໃນດ້ານເນື້ອຫາການຮຽງຄວາມຕ່າງໆນັ້ນ ທີມນັກວິໄຈຍັງພົບວ່າ ການຂຽນຮຽງຄວາມຈາກກຸ່ມທີ່ໃຊ້ AI ຂາດຄວາມຫຼາກຫຼາຍຂອງພາສາ ແລະ ແນວຄິດເມື່ອທຽບກັບກຸ່ມອື່ນໆ. ການໃຊ້ NLP ແລະ ຜູ້ຊ່ຽວຊານດ້ານພາສາຊ່ວຍຢືນຢັນວ່າ ກຸ່ມທີ່ໃຊ້ສະໝອງ ຫຼື ຄົ້ນຫາຂໍ້ມູນດ້ວຍຕົນເອງມີຄວາມເລິກເຊິ່ງ ແລະ ສ້າງສັນຫຼາຍກວ່າ ສິ່ງນີ້ສະທ້ອນເຖິງຜົນກະທົບຂອງການເພິ່ງພາ AI ໃນການຂຽນ ເຊິ່ງອາດຫຼຸດທັກສະການຄິດ, ວິເຄາະ ແລະ ສ້າງສັນທີ່ຈຳເປັນຕໍ່ການພັດທະນາທາງການສຶກສາ.
ແນວໃດກໍຕາມ, ການວິໄຈດັ່ງກ່າວຍັງຢູ່ລະຫວ່າງການລໍຖ້າຕີພິມແບບ Peer-review ຈຶ່ງຍັງບໍ່ສາມາດສະຫຼຸບຜົນຢ່າງເປັນທາງການໄດ້ ແລະ ດ້ວຍຈຳນວນກຸ່ມທົດລອງພຽງ 54 ຄົນ ອາດຍັງບໍ່ສາມາດອະທິບາຍຜົນໃນວົງກວ້າງໄດ້ຢ່າງຄົບຄອບ. ທີມວິໄຈໂດຍສະເພາະຫົວໜ້າທີມຍ່າງ ນາຕາລິຢາ ຄອດມິນ່າ ຈຶ່ງເນັ້ນຢ້ຳໃຈຄວາມສຳຄັນຂອງການເປີດເຜີຍຂໍ້ມູນເບື້ອງຕົ້ນ ເພື່ອສ້າງຄວາມເຂົ້າໃຈກ່ອນທີ່ຈະມີທ່າອ່ຽງໃນການນຳໃຊ້ AI ເພາະມັນຈະສົ່ງຜົນກະທົບຕໍ່ລະບົບການສຶກສາໃນອະນາຄົດຢ່າງໄວວາກໍເປັນໄດ້.
ສຸດທ້າຍການວິໄຈນີ້ເປັນຈຸດເລີ່ມຕົ້ນທີ່ສຳຄັນໃນການຕັ້ງຄຳຖາມກ່ຽວກັບບົດບາດຂອງ AI ໃນການຮຽນຮູ້ ໂດຍສະເພາະໃນບໍລິບົດຂອງການພັດທະນາທັກສະຂອງສະໝອງ ແລະ ຄວາມສາມາດທາງພາສາ. ການໃຊ້ງານ AI ຄວນຖືກນຳມາໃຊ້ເປັນເຄື່ອງມືເສີມ ແທນທີ່ຈະເປັນການເພິ່ງພາຢ່າງສົມບູນ ເພື່ອບໍ່ໃຫ້ເກີດ "ໜີ້ທາງປັນຍາ" (Cognitive Debt) ທີ່ອາດສະສົມ ແລະ ສົ່ງຜົນເສຍຕໍ່ສ່ວນຍ່າງການຮຽນຮູ້ໃນໄລຍະຍາວຂອງຜູ້ໃຊ້ ໂດຍສະເພາະໃນກຸ່ມເຍົາວະຊົນ ເຊິ່ງຢູ່ໃນໄລຍະພັດທະນາຄວາມສາມາດໃນການຮຽນຮູ້ສູງສຸດຂອງຊີວິດ.
搜索关键词 AI impact, cognitive skills, education research, ChatGPT effects, learning development, critical thinking, language skills, digital education, AI limitations, educational technology优势 Highlights potential risks of AI dependence on cognitive functions.,Emphasizes importance of critical thinking in education.,Suggests AI should be used as a tool, not a replacement for human thought.
展示估值
208818
热度
17560
最新发现时间
2025-06-21 08:00:00
投放天数
210
素材信息
素材类型
素材尺寸
主页ID8289873642116316327
主页名字Kin thom nrn ven
人民币汇率走势
CNY
关注我们

新媒网跨境发布
本站原创内容版权归作者及NMedia共同所有,未经许可,禁止以任何形式转载。