渠道
筛选
共 0 个广告
ChatGPTChatGPT

ChatGPT

ງານວິໄຈຈາກ MIT Media Lab ຊີ້ໃຫ້ເຫັນວ່າ: ການໃຊ້ ChatGPT ຫຼື ຜູ້ຊ່ວຍ AI ໃນການຂຽນຮຽງຄວາມຕ່າງໆ ອາດສົ່ງຜົນຕໍ່ຂະບວນການເຮັດວຽກຂອງສະໝອງ ໂດຍສະເພາະດ້ານຄວາມຈຳ ແລະ ຄວາມໝັ້ນໃຈໃນຄວາມເປັນເຈົ້າຂອງຜົນງານ. ຜູ້ທົດລອງທີ່ໃຊ້ ChatGPT ມີທ່າອ່ຽງຈື່ຈຳເນື້ອຫາຈາກບົດຄວາມຂອງຕົນເອງໄດ້ໜ້ອຍລົງ ເມື່ອທຽບກັບກຸ່ມທີ່ໃຊ້ແຕ່ຄວາມຄິດຂອງຕົນ ຫຼື ໃຊ້ເວບໄຊຄົ້ນຫາຂໍ້ມູນ ເຊັ່ນ: Google ເປັນຕົ້ນ. ຜົນການກວດຄື້ນສະໝອງດ້ວຍ EEG ຍັງບົ່ງບອກເຖິງກິດຈະກຳການເຊື່ອມຕໍ່ຂອງສະໝອງທີ່ຫຼຸດລົງໃນກຸ່ມທີ່ໃຊ້ ChatGPT ຢ່າງມີຄວາມໝາຍສຳຄັນ. ໃນດ້ານເນື້ອຫາການຮຽງຄວາມຕ່າງໆນັ້ນ ທີມນັກວິໄຈຍັງພົບວ່າ ການຂຽນຮຽງຄວາມຈາກກຸ່ມທີ່ໃຊ້ AI ຂາດຄວາມຫຼາກຫຼາຍຂອງພາສາ ແລະ ແນວຄິດເມື່ອທຽບກັບກຸ່ມອື່ນໆ. ການໃຊ້ NLP ແລະ ຜູ້ຊ່ຽວຊານດ້ານພາສາຊ່ວຍຢືນຢັນວ່າ ກຸ່ມທີ່ໃຊ້ສະໝອງ ຫຼື ຄົ້ນຫາຂໍ້ມູນດ້ວຍຕົນເອງມີຄວາມເລິກເຊິ່ງ ແລະ ສ້າງສັນຫຼາຍກວ່າ ສິ່ງນີ້ສະທ້ອນເຖິງຜົນກະທົບຂອງການເພິ່ງພາ AI ໃນການຂຽນ ເຊິ່ງອາດຫຼຸດທັກສະການຄິດ, ວິເຄາະ ແລະ ສ້າງສັນທີ່ຈຳເປັນຕໍ່ການພັດທະນາທາງການສຶກສາ. ແນວໃດກໍຕາມ, ການວິໄຈດັ່ງກ່າວຍັງຢູ່ລະຫວ່າງການລໍຖ້າຕີພິມແບບ Peer-review ຈຶ່ງຍັງບໍ່ສາມາດສະຫຼຸບຜົນຢ່າງເປັນທາງການໄດ້ ແລະ ດ້ວຍຈຳນວນກຸ່ມທົດລອງພຽງ 54 ຄົນ ອາດຍັງບໍ່ສາມາດອະທິບາຍຜົນໃນວົງກວ້າງໄດ້ຢ່າງຄົບຄອບ. ທີມວິໄຈໂດຍສະເພາະຫົວໜ້າທີມຍ່າງ ນາຕາລິຢາ ຄອດມິນ່າ ຈຶ່ງເນັ້ນຢ້ຳໃຈຄວາມສຳຄັນຂອງການເປີດເຜີຍຂໍ້ມູນເບື້ອງຕົ້ນ ເພື່ອສ້າງຄວາມເຂົ້າໃຈກ່ອນທີ່ຈະມີທ່າອ່ຽງໃນການນຳໃຊ້ AI ເພາະມັນຈະສົ່ງຜົນກະທົບຕໍ່ລະບົບການສຶກສາໃນອະນາຄົດຢ່າງໄວວາກໍເປັນໄດ້. ສຸດທ້າຍການວິໄຈນີ້ເປັນຈຸດເລີ່ມຕົ້ນທີ່ສຳຄັນໃນການຕັ້ງຄຳຖາມກ່ຽວກັບບົດບາດຂອງ AI ໃນການຮຽນຮູ້ ໂດຍສະເພາະໃນບໍລິບົດຂອງການພັດທະນາທັກສະຂອງສະໝອງ ແລະ ຄວາມສາມາດທາງພາສາ. ການໃຊ້ງານ AI ຄວນຖືກນຳມາໃຊ້ເປັນເຄື່ອງມືເສີມ ແທນທີ່ຈະເປັນການເພິ່ງພາຢ່າງສົມບູນ ເພື່ອບໍ່ໃຫ້ເກີດ "ໜີ້ທາງປັນຍາ" (Cognitive Debt) ທີ່ອາດສະສົມ ແລະ ສົ່ງຜົນເສຍຕໍ່ສ່ວນຍ່າງການຮຽນຮູ້ໃນໄລຍະຍາວຂອງຜູ້ໃຊ້ ໂດຍສະເພາະໃນກຸ່ມເຍົາວະຊົນ ເຊິ່ງຢູ່ໃນໄລຍະພັດທະນາຄວາມສາມາດໃນການຮຽນຮູ້ສູງສຸດຂອງຊີວິດ.
facebook 老挝
17560
热度
208818
展示估值
88
投放天数
2025-06-21
最新发现